ມຽນມາເສີມກຳລັງທະຫານເຂົ້າສູ່ລັດຍະໄຂ່



ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ຢ່າງກຸ້ງ ປະເທດມຽນມາ ເມື່ອວັນທີ 12 ສິງຫາ 2017 ວ່າ ຂ່າວກອງທັບມຽນມາສົ່ງທະຫານເພີ່ມເຕີມໄປທີ່ລັດຍະໄຂ່ໃນອາທິດນີ້ ເພື່ອເສີມຄວາມໝັ້ນຄົງ ໄດ້ຮັບສຽງຕຳນິຈາກທ່ານນາງ ຮີລີ ຜູ້ຂຽນລາຍງານພິເສດຂອງສະຫະປະຊາຊາດ ເມື່ອວັນສຸກ ເຊິ່ງກ່າວເຕືອນວ່າ ຄວາມເຄື່ອນໄຫວດັ່ງກ່າວກໍ່ໃຫ້ເກີດຄວາມວິຕົກກັງວົນ “ຢ່າງໜັກ”

          ສື່ທາງມຽນມາລາຍງານໃນວັນເສົາວ່າ ປະຕິບັດການກວດລ້າງເພື່ມຄວາມເຂັ້ນຂຸ້ນ ໃນເຂດພູເມຢູຂອງລັດຍະໄຂ່ ເຊິ່ງເປັນພື້ນທີ່ທີ່ລັດຖະບານລະບຸວ່າເປັນພື້ນທີ່ປະຕິບັດການກຸ່ມຕິດອາວຸດຂອງຊາວມຸດສະລີມ ໂຣຮິນຈາ ໜັງສືພິມ ນິວ ໄລ ອັອບ ມຽນມາ ລາຍງານວ່າ ທາງການປະກາດຄຳສັ່ງຫ້າມປະຊາຊົນອອກນອກເຮືອນໃນຍາມຄ່ຳຄືນ ໃນຫຼາຍພື້ນທີ່ ໃນລັດຍະໄຂ່ ເຊິ່ງປະຕິບັດການກວດລ້າງໃນເທື່ອນີ້ ມີເປົ້າໝາຍເພື່ອປ້ອງກັນກຸ່ມກໍ່ການຮ້າຍຫົວຮຸນແຮງ
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น