ຈຸດແຂງດ້ານເສດຖະກິດທັງ 10 ປະເທດໃນອາຊຽນ


ປະຊາຄົມເສດຖະກິດ ອາຊຽນ ວັນນີ້ ເຮົາມາເບິ່ງຈຸດແຂງໃນແຕ່ລະປະເທດໃນກຸ່ມ AEC ນັ້ນວ່າມີຈຸດແຂງໃດແນ່ ທີ່ເໝາະຈະເຂົ້າໄປລົງທຶນເພື່ອສ້າງກຳໄລໃນແຕ່ລະປະເທດ ຕ້ອງມີຈຸດແຂງທີ່ແຕກຕ່າງກັນອອກໄປ ໂດຍເຮົາຈະມາເບິ່ງວ່າ ແຕ່ລະປະເທດມີຊັບພະຍາກອນ ແລະ ຈຸດເດັ່ນຫຍັງແນ່
  1. ປະເທດກຳປູເຈຍ ໄດ້ແກ່ຊັບພະຍາກອນທຳມະຊາດທີ່ຫຼາກຫຼາຍ ແລະ ອຸດົມສົມບູນ ໂດຍສະເພາະນ້ຳ ປ່າໄມ້ ແລະ ແຮ່ຊະນິດຕ່າງໆ
  2. ປະເທດໄທ ໄດ້ແກ່ ມີແຮງງານຈຳນວນຫຼາຍ ທີ່ຕັ້ງເໝາະແກ່ການເປັນສູນກາງເຄືອຂ່າຍເຊື່ອມຕໍ່ຄົມມະນາຄົມດ້ານຕ່າງໆ ເປັນຖານການຜະລິດສິນຄ້າອຸດສາຫະກຳ ແລະ ສິນຄ້າກະເສດຫຼາກຫຼາຍລາຍໃຫຍ່ຂອງໂລກ
  3. ປະເທດບູລໄນ ໄດ້ແກ່ ລາຍຮັບສະເລ່ຍຕໍ່ຄົນ/ຕໍ່ປີ ຢູ່ໃນອັນດັບ 2 ຂອງອາຊຽນ ແລະ ອັນດັບ 26 ຂອງໂລກ ເປັນຜູ້ສົ່ງອອກນ້ຳມັນ ແລະ ມີປະລິມານການສຳຮອງນ້ຳມັນເປັນອັນດັບ 4 ຂອງອາຊຽນ
  4. ປະເທດມຽນມາ ໄດ້ແກ່ ຊັບພະຍາກອນທຳມະຊາດ, ນ້ຳມັນ ແລະ ກ໊າສທຳມະຊາດ ຈຳນວນຫຼາຍ ມີສາຍແດນເຊື່ອມຕໍ່ກັບຈີນ ແລະ ອິນເດຍ
  5. ປະເທດຟິລິບປິນ ໄດ້ແກ່ ມີປະຊາກອນຈຳນວນຫຼາຍ ເປັນອັນດັບ 12 ຂອງໂລກ ແຮງງານທົ່ວໄປມີຄວາມຮູ້ ສາມາດສື່ສານພາສາອັງກິດໄດ້ດີ
  6. ປະເທດມາເລເຊຍ ໄດ້ແກ່ ມີປະມານການສຳຮອງນ້ຳມັນເປັນອັນດັບທີ່ 3 ແລະ ກ໊າສທຳມະຊາດເປັນອັນດັບ 2 ຂອງເອເຊຍປາຊີຟິກ ລະບົບໂຄງສ້າງພື້ນຖານຄົບວົງຈອນ ແລະ ແຮງງານກໍ່ມີທັກສະ
  7. ປະເທດລາວ ໄດ້ແກ່ ການເມືອງມີຄວາມສະຫງົບ ສະເໝີພາບ ຊັບພະຍາກອນທຳມະຊາດທີ່ອຸດົມສົມບູນໂດຍສະເພາະນ້ຳ ແລະ ແຮ່ຊະນິດຕ່າງໆ
  8. ປະເທດຫວຽດນາມ ໄດ້ແກ່ ມີປະຊາກອນເປັນຈຳນວນຫຼາຍ ອັນດັບທີ 14 ຂອງໂລກ ມີຊາຍຝັ່ງມະເລຍາວກ່ວາ 3,200 ກິໂລແມັດ
  9. ປະເທດສິງກະໂປ ໄດ້ແກ່ ລາຍຮັບສະເລ່ຍຕໍ່ຄົນຕໍ່ປີ ສູງທີ່ສຸດຂອງອາຊຽນ ແລະ ຕິດອັນດັບທີ 15 ຂອງໂລກ ເປັນສູນກາງທາງການເງິນລະຫວ່າງປະເທດ ມີທີ່ຕັ້ງເອື້ອອຳນວຍຕໍ່ການເປັນສູນກາງການເດີນເຮືອ
  10. ປະເທດອິນໂດເນເຊຍ ໄດ້ແກ່ ມີປະຊາກອນຫຼາຍເປັນອັນດັບ 4 ຂອງໂລກ ແລະ ຫຼາຍທີ່ສຸດໃນອາຊີຕະເວັນອອກສຽງໃຕ້ ໃນຊາວມຸດສະລິມຫຼາຍທີ່ສຸດໃນໂລກ ມີຊັບພະຍາກອນທຳມະຊາດທີ່ຫຼາກຫຼາຍ ແລະ ຈຳນວນຫຼາຍ ໂດຍສະເພາະຖ່ານຫີນ, ນ້ຳມັນ, ກ໊າສທຳມະຊາດ ແລະ ໂລຫະຕ່າງໆ
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น