ຂໍ້ຫ້າມຄວນຮູ້ຂອງ10ປະເທດອາຊຽນ

ຂໍ້ຫ້າມຄວນຮູ້ຂອງ10ປະເທດອາຊຽນ


1. ປະເທດບູໄນ ດາຣຸຊາລາມ (Brunei Darussalam)

ຂໍ້ຫ້າມຄວນຮູ້ :

1. ຄວນຫຼີກລ້ຽງເສື້ອຜ້າສີເຫຼືອງ ເພາະຖືເປັນສີຂອງພະມະຫາກະສັດ
2. ການທັກທາຍຈັບມືກັນເບົາໆ ສະຕີຈະບໍ່ຍື່ນມືໃຫ້ບູຣຸດຈັບ
3. ການໄຊ້ນິ້ວຊີ້ໄປທີ່ຄົນຫຼືສິ່ງຂອງຖືວ່າບໍ່ສຸພາບ ແຕ່ຈະໄຊ້ນິ້ວໂປ້ຊີ້ແທນ
4. ຈະບໍ່ໄຊ້ມືຊ້າຍໃນການສົ່ງສິ່ງຂອງໃຫ້ຜູ້ອື່ນ
5. ສະຕີເວລານັ່ງຈະບໍ່ໃຫ້ຕີນຊີ້ໄປທາງຜູ້ຊາຍແລະບໍ່ສົ່ງສຽງຫຼືຫົວດັງ
6. ວັນພັກຄືວັນສຸກແລະວັນອາທິດ ວັນສຸກ 12:00-14:00 ໂມງ ທຸກຮ້ານຈະປິດ
7. ຈັດງານຍາມແລງຕ້ອງຈັດຫຼັງ 20:00 ໂມງຂື້ນໄປ


2. ປະເທດກຳປູເຈຍ (Cambodia)

ຂໍ້ຫ້າມຄວນຮູ້ :
1. ຜູ້ຍິງຫ້າມແຕ່ງໂຕເຊັກຊີ່ ຜູ້ຊາຍຈົ່ງຜົມຍາວຈະມີພາບລັກ ນັກເລ
2. ຫ້າມຈັບຫົວ ຄົນກຳປູເຈຍຖືວ່າເປັນສ່ວນສຳຄັນທີ່ສຸດຂອງຮ່າງກາຍ
3. ສົບຕາຫຼາຍເກີນໄປຖືວ່າບໍ່ໃຫ້ກຽດ


3. ປະເທດອິນໂດເນເຊຍ (Indonesia)

ຂໍ້ຫ້າມຄວນຮູ້ :
1. ບໍ່ຄວນໃຊ້ມືຊ້າຍໃນການຮັບ-ສົ່ງສິ່ງຂອງ ຄົນມຸດສະຣິມອິນໂດເຊື່ອວ່າມືຊ້າຍບໍ່ສຸພາບ
2. ນິຍົມໃຊ້ມືກິນເຂົ້າ
3. ບໍ່ຄວນຊີ້ນິ້ວດ້ວຍນິ້ວຊີ້ ແຕ່ໃຊ້ນິ້ວໂປ້ແທນ
4. ບໍ່ຈັບຫົວຄົນອິນໂດລວມທັງລູບຫົວເດັກນ້ອຍ
5. ການຄອບຄອງຢາເສບຕິດ ອາວຸດ ໜັງສືຮູບພາບອານາຈານ ມີໂທດໜັກ
6. ບົດລົງໂທດຮຸນແຮງກ່ຽວກັບການຄ້າແລະສົ່ງອອກພືດແລະສັດກວ່າ 200 ຊະນິດ
7. ລົດຈັກຮັບຈ້າງຕ້ອງມີມິເຕີ້
8. ງານສົບໃສ່ຊຸດສີຫຍັງກໍ່ໄດ້

4 ປະເທດລາວ (Laos)

ຂໍ້ຫ້າມຄວນຮູ້ :
1. ລາວຂັບລົດທາງຂວາ
2. ຕິດຕໍ່ລາດຊະການຕ້ອງນຸ່ງສິ້ນ
3. ຍ່າງຜ່ານຜູ້ໃຫຍ່ຕ້ອງກົ້ມຫົວ
4. ຖ້າໝູ່ຄົນລາວຊວນໄປພັກທີ່ເຮືອນຫ້າມໃຫ້ເງິນ
5. ຢ່າຊື້ນ້ຳຫອມໃຫ້ກັນ
6. ເຂົ້າເຮືອນຕ້ອງປົດເກີບ ແລະຖ້າເສີບນ້ຳຕ້ອງກິນ


5. ປະເທດມາເລເຊຍ (Malaysia)
ຂໍ້ຫ້າມຄວນຮູ້ :
1. ໃຊ້ມືຂວາຂ້າງດຽວໃນການຮັບປະທານອາຫານ ແລະຮັບສົ່ງສິ່ງຂອງ
2. ເຄື່ອງດຶ່ມແອວກໍຮໍເປັນເລື່ອງຕ້ອງຫ້າມ

6. ປະເທດມຽນມ້າ (Myanmar)

ຂໍ້ຫ້າມຄວນຮູ້ :
1. ບໍ່ຄວນເວົ້າເລື່ອງກນເມືອງ ກັບຄົນບໍ່ຄຸ້ນເຄີຍ
2. ເຂົ້າວັດຕ້ອງປົດເກີບແລະຖົງຕີນ
3. ຫ້າມຢຽບເງົາພະສົງ
4. ໃຫ້ນາມບັດຕ້ອງຍື່ນໃຫ້ສອງໃບ
5. ບໍ່ຄວນໃສ່ກະໂປ່ງສັ້ນ ໂສ້ງຂາສັ້ນ ໃນສະຖານທີ່ສາທາລະນະ
6. ຜູ້ຍິງມັກທາ ທະນາຄາ ຜູ້ຊາຍກໍ່ທາ ຜູ້ຊາຍມັກຄ້ຽວໝາກ

9. ປະເທດຟິລິປິນ (Philippines)

ຂໍ້ຫ້າມຄວນຮູ້ :
1. ໃຊ້ປາກຊີ້ສິ່ງຂອງ
2. ກິນເຂົ້າບ້ານໝູ່ສາມາດຫໍ່ກັບໄດ້ ແຕ່ຄວນມີຂອງຝາກໃຫ້ເຂົາດ້ວຍ
3. ຕົບແຕ່ງເຮືອນສອງເດືອນ ຕ້ອນຮັບຄິດສະມາດ

8. ປະເທດສິງກະໂປ (Singapore)

ຂໍ້ຫ້າມຄວນຮູ້ :
1. ການຫຼົບໜີເຂົ້າສິງກະໂປແລະປະກອບອາຊີບເຣຂາຍບໍລິການຜິດກົດໝາຍ ຈະຖຶກລົງໂທດຢ່າງຮຸນແຮງ
2. ການລັກລອບນຳຢາເສບຕິດອາວຸດປືນແລະສິ່ງຜິດກົດໝາຍອື່ນໆ ມີໂທດເຖິງປະຫານຊີວິດ
3. ຂື້ນຂັນໄດເລື່ອນໃຫ້ຊິດຊ້າຍ
4. ຫ້າມຖິ້ມຂີ້ເຍື່ອຊະຊາຍ ຫ້າມເກັບໝາກໄມ້ໃນທີ່ສາທາລະນະ

9. ປະເທດຫວຽດນາມ (Vietnam)

ຂໍ້ຫ້າມຄວນຮູ້ :
1. ບໍ່ອານຸຍາດໃຫ້ຖ່າຍຮູບອາຄານທີ່ເຮັດວຽກຕ່າງໆຂອງລັດ
2. ຄະດີຢາເສບຕິດການສໍ້ໂກງໜ່ວຍງານຂອງລັດມີໂທດປະຫານຊີວິດ
3. ຕີກອງແທນກະແລ່ງເຂົ້າຮຽນ
4. ຊຸດນັກຮຽນຍິງເປັນຊຸດອ່າວຫຍ່າຍ
5. ຄົນພາກເໜືອບໍ່ກິນນ້ຳກ້ອນ
6. ບໍ່ຖ່າຍຮູບສາມຄົນຢ່າງເດັດຂາດ ເພາະຖືວ່າຈະເຮັດໃຫ້ເບື່ອກັນ ແຍກກັນຫຼືຄົນໃດໜຶ່ງເສຍຊີວິດ
7. ຕ້ອງເຊີນຜູ້ໃຫຍ່ກ່ອນກິນເຂົ້າ

10. ປະເທດໄທ (Thailand)

ຂໍ້ຫ້າມຄວນຮູ້ :
1. ໄປໂບຮານສະຖານຄວນແຕ່ງກາຍສຸພາບ ກ່ອນເຂົ້າສິມຕ້ອງປົດເກີບ
2. ຫ້າມພະສົງສຳພັດສະຕີ
3. ສະຖາບັນພະມະຫາກະສັດເປັນທີ່ເຄົາລົບ ການລະເມີດໃດໆ ຖືເປັນຄວາມຜິດຕາມລັດຖະທຳມະນູນ
4. ຕີນເປັນຂອງຕ່ຳບໍ່ຄວນພາດເທິງໂຕະຕັ່ງຫຼືຫັນໄປທິດທາງໃດ
5. ທຸງຊາດເປັນຂອງສູງ ບໍ່ຄວນນຳມາກະທຳການໃດໆທີ່ເປັນການຢຽບຢາມ
6. ການສະແດງອອກທາງເພດໃນສະຖານທີ່ສາທາລະນະ ຍັງບໍ່ໄດ້ການຍອມຮັບໃນວັດທະນະທຳໄທ


======================

ອ້າງອີງຈາກ: 

1. http://kidork.com/post/ຂໍ້ຫ້າມຄວນຮູ້ຂອງ10ປະເທດອາຊຽນ
2. https://teen.mthai.com/variety/74797.html 








Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น