ສະກຸນເງິນ 10 ປະເທດອາຊຽນ


ສະກຸນເງິນອາຊຽນ ຂອງເຮົາຍັງບໍ່ໄດ້ມີການກຳນົດເງິນສະກຸນກາງ ເຊິ່ງຈະສາມາດໃຊ້ນຳກັນໄດ້ທັງອາຊຽນ 10 ປະເທດ ໂດຍແຕ່ລະປະເທດຍັງຈະໃຊ້ສະກຸນເງິນຂອງຕົນເອງຕໍ່ໄປ ເຊິ່ງເມື່ອເດີນທາງຂ້າມໄປປະເທດໃດຈະຕ້ອງໃຊ້ບໍລິການແລກປ່ຽນເງິນຕາຂອງປະເທດນັ້ນໆ ເຊິ່ງເງິນແຕ່ລະສະກຸນໃນ 10 ປະເທດມີດັ່ງນີ້

ສະກຸນເງິນຂອງປະເທດບຣູໄນ - ໂດລາບຣູໄນ (ฺBrunei Dollar, BND)
ເງິນໂດລາບຣູໄນມີຄ່າເທົ່າກັບເງິນໂດລາສິງກະໂປ ໂດຍທາງການປະເທດບຣູໄນ ມີການອອກທະນະບັດທີ່ມີມູນຄ່າ 1, 5, 10, 50, 100, 500, 1,000 ແລະ 10,000 ໂດລາ ມີອັດຕາແລກປ່ຽນປະມານว 1.3 BND ຕໍ່ໂດລາສະຫະລັດ ຫຼື ປະມານ 1 BND ຕໍ່ 25 ບາດໄທ.

(ฺBrunei Dollar, BND)

ສະກຸນເງິນຂອງກຳປູເຈຍ – ຣຽວ (Cambodian Riel, KHR)
ເງິນຣຽວກຳປູເຈ້ຍ ມີການຜະລິດທັງຫຼຽນ ແລະ ທະນະບັດຫຼາຍລະດັບລາຄາອອກມາໃຊ້ງານຄື 50, 100, 200, 500, 1,000, 2,000, 5,000, 10,000, 20,000, 50,000 ແລະ 100,000 ຣຽວ ໂດຍອັດຕາແລກປ່ຽນປະມານ 4,000 ຣຽວຕໍ່ໂດລາສະຫະລັດ ການຄ້າຕາມຊາຍແດນ ຫຼື ໃນເມືອງຫຼວງຂອງກຳປູເຈຍ ເຮົາສາມາດໃຊ້ເງິນບາດໄທ ແລະ ເງິນໂດລາສະຫະລັດໃນການຊື້ສິນຄ້າ ແລະ ບໍລິການໄດ້.

(Cambodian Riel, KHR)

ສະກຸນເງິນຂອງມາເລເຊຍ– ຣິງກິດ (Ringgit, MYR)
ເງິນຣິງກິດມາເລເຊຍມີອັດຕາແລກປ່ຽນປະມານ 1 ຣິງກິດຕໍ່ 10 ບາດໄທ ຫຼື ປະມານ 3.2 MYR ຕໍ່ 1 ໂດລາສະຫະລັດ ເງິນຣິງກິດມາເລເຊຍຖືກຜະລິດອອກມາໃຊ້ງານຫຼາຍລະດັບລາຄາຄື 1, 5, 10, 20, 50 ແລະ 100 ຣິງກິດ.

(Cambodian Riel, KHR)

ສະກຸນເງິນຂອງມຽນມາ – ຈ໊າດ (Myanmar Kyat, MMK)
ເງິນຈ໊າດຂອງມຽນມາມີອັດຕາແລກປ່ຽນປະມານ 32 ຈ໊າດ ຕໍ່ 1 ບາດໄທ ຫຼື ປະມານ 1,000 ຈ໊າດຕໍ່ໂດລາສະຫະລັດ ໂດຍມີການຜະລິດທະນະບັດອອກມາໃຊ້ງານຫຼາຍລາຄາຄື  1, 5, 20, 50, 100, 200, 500, 1,000, 5,000 ແລະ 10,000 ຈ໊າດ
 (Myanmar Kyat, MMK)

ສະກຸນເງິນຂອງຟິລິບປິນ – ເປໂຊ (Philippine Peso, PHP)
ເງິນເປໂຊຟິລິບປິນມີອັດຕາແລກປ່ຽນປະມານ 1.35 ເປໂຊຕໍ່ໜຶ່ງບາດໄທ ຫຼື ປະມານ 44 ເປໂຊຕໍ່ໂດລາສະຫະລັດ ທະນະບັດເປໂຊທີ່ຜະລິດອອກມາໃຊ້ມີຫຼາຍລະດັບລາຄາຄື 20, 50, 100, 200, 500 ແລະ 1,000 ເປໂຊ


(Philippine Peso, PHP)

ສະກຸນເງິນຂອງອິນໂດເນເຊຍ – ຣູເປຍ (Indonesian Rupiah, IDR)
ເງິນຣູເປຍຂອງອິນໂດເນເຊຍມີອັດຕາແລກປ່ຽນປະມານ 11,700 IDR ຕໍ່ໂດລາສະຫະລັດ ຫຼື ປະມານ 370 IDR ຕໍ່ບາດໄທ ລາຄາຂອງທະນະບັດທີ່ຜະລິດອອກມາໃຊ້ງານຄື 1,000, 2,000, 5,000, 10,000, 20,000, 50,000 ແລະ 100,000 ຣູເປຍ

(Indonesian Rupiah, IDR)

ສະກຸນເງິນຂອງໄທ – ບາດ (Thai Baht, THB)
ເງິນບາດຂອງໄທມີອັດຕາແລກປ່ຽນປະມານ 35.207 ບາດຕໍ່ 1 ໂດລາສະຫະລັດທະນະບັດ ເງິນບາດໄທຜະລິດອອກມາໃຊ້ງານໃນລະດັບລາຄາຄື 20, 50,100,500ແລະ1,000 ບາດ


 (Thai Baht, THB)

ສະກຸນເງິນຂອງສິງກະໂປ – ໂດລາສິງກະໂປ (Singapore Dollar, SGD)
ເງິນໂດລາສິງກະໂປນັບວ່າເປັນເງິນທີ່ແຂງທີ່ສຸດໃນບັນດາສະກຸນເງິນອາຊຽນທັງໝົດອັດຕາແລກປ່ຽນປະມານ 1.3 SGD ຕໍ່ 1 ໂດລາສະຫະລັດ ຫຼື ປະມານ 1 SGD ຕໍ່ 25 ບາດໄທ ທະນະບັດໂດລາສິງກະໂປທີ່ຜະລິດອອກມາໃຊ້ງານຄື 2, 5 10, 50, 100, 1,000 ແລະ 10,000ໂດລາ


(Singapore Dollar, SGD)

ສະກຸນເງິນກີບຂອງລາວ – ກີບ (Laotian Kip, LAK)
ເງິນກີບຂອງລາວມີອັດຕາແລກປ່ຽນປະມານ 230ກີບ ຕໍ່ 1 ບາດໄທ ຫຼື ປະມານ 8,000ກີບ ຕໍ່ 1 ໂດລາສະຫະລັດ ທະນະບັດເງິນກີບທີ່ມີການຜະລິດອອກມາໃຊ້ງານຄື 500, 1,000, 2,000, 5,000, 10,000, 20,000, 50,000 ແລະ 100,000 ກີບ


(Laotian Kip, LAK)

ສະກຸນເງິນຂອງຫວຽດນາມ  – ດົງ (Vietnam Dong, VND)
ສະກຸນເງິນດົງຂອງຫວຽດນາມມີອັດຕາແລກປ່ຽນປະມານ 630 ດົງ ຕໍ່ 1 ບາດໄທ ທະນະບັດເງິນດົງທີ່ຜະລິດອອກມາໃຊ້ງານຄື 1,000,2,000, 5,000, 10,000, 20,000, 50,000, 100,000, 200,000 ແລະ 500,000ດົງ

(Vietnam Dong, VND)

ໝາຍເຫດ: ສະກຸນເງິນແຕ່ລະປະເທດແມ່ນມີຄວາມແຂງແກ່ນຕາມພາວະເສດຖະກິດຂອງປະເທດນັ້ນໆ ສ່ວນອັດຕາການແລກປ່ຽນແມ່ນຈະມີການປ່ຽນແປງໄປຕາມອັດການຕາແລກປ່ຽນສະກຸນເງິນມີຂຶ້ນມີລົງໃນແຕ່ລະມື້ອາດຈະບໍ່ຄືກັນ

======================

ອ້າງອີງຈາກ: 
1. https://laopost.com/2016/06/21/62317
2. http://asean.org/asean/asean-member-states/ 










Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น