ສະມາຄົມອາຊຽນ


ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້

         ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ຄຳເຄົ້າ: ສມາຄົມປຊາຊົນແຫ່ງອາຊີຕາເວັນອອກສຽງໃຕ້[໓], ອັງກິດ: Association of South East Asian Nations, ຝະລັ່ງ: Association des nations de l'Asie du Sud-Est) ຫຼື ອາຊຽນ (ASEAN) ເປັນອົງການຄວາມຮ່ວມມືທາງດ້ານເສດຖະກິດ ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ສະມາຊິກປະຈຸບັນ 10 ປະເທດ ມີສຳນັກງານເລຂາທິການອາຊຽນຕັ້ງຢູ່ເມືອງຈາກາຕາ ປະເທດອິນໂດເນເຊຍ ມີເລຂາທິການອາຊຽນເປັນຜູ້ບໍລິຫານ ເຊິ່ງແມ່ນທ່ານ ສຸຣິນ ພິດສຸວັນ ຈາກປະເທດໄທ ເປັນເລຂາທິການຄົນປັດຈຸບັນ.
ປະຫວັດ

      ມີຈຸດເລີ່ມຕົ້ນໃນເດືອນມັງກອນ ປິ ຄ.ສ 1961 ໂດຍປະເທດໄທ ມາເລເຊຍ ແລະ ຟິລິບປີນ ໄດ້ຮ່ວມກັນຈັດຕັ້ງສະມາຄົມອາສາ ຫຼື Association of South East Asia ຂື້ນເພື່ອຮ່ວມມືກັນທາງດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳ ແຕ່ດຳເນີນການໄດ້ພຽງ 2 ກໍ່ຕ້ອງຢຸດຊະງັກລົງ ເນື່ອງຈາກການຜັນແປທາງດ້ານການເມືອງລະຫວ່າງ ອິນໂດເນເຊຍ ກັບ ມາເລເຊຍ. ໃນໄລຍະຕໍ່ມາ ໄດ້ມີການຟື້ນຟູສາຍພົວພັນລະຫວ່າງປະເທດຂື້ນ ຈຶ່ງໄດ້ຊອກຫາແນວທາງຈັດຕັ້ງ ອົງການຮ່ວມມືທາງດ້ານເສດຖະກິດ ຂື້ນໃນຂົງເຂດ "ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້" ແລະ ພັນເອກ(ພິເສດ) ດຣ.ຖະນັດ ຄໍມັນ ອາດີດລັດຖະມົນຕີກະຊວງການຕ່າງປະເທດສະໄໝລັດຖະບານ ຈອມພົນຖະໜອມ ກິດຕິຂະຈອນ ໂດຍໄດ້ມີການລົງນາມ "ປະລິນຍາບາງກອກ" ທີ່ວັງສະຣານລົມ ໃນຄັ້ງວັນທີ 8 ສິງຫາ ຄ.ສ. 1967 ຈາກ ຄຳປະກາດອາຊຽນ (ASEAN Declaration) ເຊິ່ງລົງນາມໂດຍ ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດສະມາຊິກຜູ້ກໍ່ຕັ້ງ 5 ປະເທດ ໄດ້ແກ່ ໄທ, ອິນໂດເນເຊຍ, ຟິລິບປິນ, ມາເລເຊຍ ແລະ ສິງກະໂປ [໔] ຕໍ່ມາໃນປີ ຄ.ສ. 1984 ປະເທດບູໄນ ໄດ້ເຂົ້າຮ່ວມສະມາຊິກເປັນປະເທດທີ່ຫົກ ແລະ ມີ ກຳປູເຈຍ, ມຽນມາ, ລາວ, ແລະ ຫວຽດນາມເຂົ້າເປັນສະມາຊິກ.

ວັດຖຸປະສົງ

       ຈາກສົນທິສັນຍາໄມຕີແລະຄວາມຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ໄດ້ມີການສະຫຼຸບແນວທາງຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ໄວ້ຈຳນວນຫົກຂໍ້ ດັ່ງນີ້[໕]
1. ໃຫ້ຄວາມເຄົາລົບແກ່ເອກະລາດ ອຳນາດອະທິປະໄຕ ຄວາມເທົ່າທຽມ ບູລະນະພາບແຫ່ງດິນແດນແລະເອກະລັກ ຂອງຊາດສະມາຊິກທັງໝົດ.
2. ລັດສະມາຊິກແຕ່ລະລັດມີສິດທິທີ່ຈະປອດຈາກການແຊກແຊງຈາກພາຍນອກ ການຮຸກຮານດິນແດນແລະການບັງຄັບຂູ່ເຂັນ.
3. ຈະບໍ່ເຂົ້າໄປຫຍຸ້ງກ່ຽວກັບກິຈະການພາຍໃນຂອງລັດສະມາຊິກອື່ນ ໆ.
4. ຍອມຮັບໃນຄວາມແຕກຕ່າງລະຫວ່າງກັນ ຫຼືແກ້ບັນຫາລະຫວ່າງກັນຢ່າງສັນຕິ.
5. ປະນາມຫຼືບໍ່ຍອມຮັບການຄຸກຄາມຫຼືການໃຊ້ກຳລັງ.
6. ໃຫ້ຄວາມຮ່ວມມືລະຫວ່າງກັນຢ່າງມີປະສິດທິພາບ.

ສັນຍາລັກ

          ສັນຍາລັກ ອາຊຽນ ຄື ຕົ້ນເຂົ້າ ສີເຫຼືອງ 10 ຕົ້ນມັດລວມກັນໄວ້ ໝາຍ ເຖິງປະເທດສະມາຊິກຮ່ວມກັນເພື່ອມິຕະພາບ ແລະ ຄວາມເປັນນ້ຳໜຶ່ງໃຈດຽວກັນ ສີຟ້າ ໝາຍເຖິງ ສັນຕິພາບ ແລະ ຄວາມໝັ້ນຄົງ, ສີແດງ ໝາຍເຖິງ ຄວາມກ້າຫານ ແລະ ຄວາມກ້າວໜ້າ, ສີຂາວ ໝາຍເຖິງ ຄວາມບໍລິສຸດ, ແລະ ສີເຫຼືອງ ໝາຍເຖິງ ຄວາມຈະເລີນຮຸ່ງເຮືອງ.

ສັນຍາລັກ
ປະເທດສະມາຊິກ

1. ກຳປູເຈຍ
2. ສິງກະໂປ
3. ໄທ
4. ບູໄນ
5. ຟິລິບປິນ
6. ມາເລເຊຍ
7. ມຽນມາ
8. ລາວ
9. ຫວຽດນາມ
10 ອິນໂດເນເຊຍ
          ໂດຍມີ ປະເທດປາປົວຊີນູແວນກີເນ ເປັນປະເທດຜູ້ສັງເກດການ ສ່ວນ ປະເທດຕີມໍຕາເວັນອອກ ນັ້ນ ໄດ້ຮັບເຊີນໃຫ້ເຂົ້າຮ່ວມໃນກອງປະຊຸມອາຊຽນໃນຫຼາຍໂອກາດ ແຕ່ຍັງບໍ່ທັນໄດ້ເປັນປະເທດຜູ້ສັງເກດການເທື່ອ.

=====================

ເອກະສານອ້າງອີງ

1. Aseansec.org, ASEAN-10: Meeting the Challenges, by Termsak Chalermpalanupap, Aseansec.org, ASEAN Secretariat official website. Retrieved 27 June 2008.
2. Jump up↑ "IMF DataMapper". Imf.org. 4 December 1999. Archived from the original on 23 July 2011. ສືບຄົ້ນເມືອ 8 August 2011.
3. Jump up↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
4. Jump up↑ "ສູລິນ ພິດສຸວັນ" ກັບບົດບາດປະທານອາຊຽນຄົນໃໝ່
5. Jump up↑ ASEAN at About.com:Geography (ພາສາອັງກິດ)
https://lo.wikipedia.org/wiki/ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້


Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น